ມອບອຸປະກອນການຮຽນໃຫ້ແກ່ນ້ອງນ້ອຍນັກຮຽນ

< ຄວາມສຸກຂອງຜູ້ມອບຄືຄວາມພູມໃຈຂອງຜູ້ຮັບ >
ວັນສຸກ ວັນທີ 28/9/2018 ຫ້ອງການສຶກສາທິການ ແລະກິລາເມືອງສະໜາມໄຊ ໄດ້ຈັດພິທີມອບອຸປະກອນການຮຽນ ແລະເຄື່ອງນຸ່ງຫົ່ມຈຳນວນໜຶ່ງໃຫ້ແກ່ຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນທີ່ຖືກຜົນກະທທົບຈາກອຸທົກກະໄພສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນ 23/7/2018.
Admin ໃນນາມຕົວແທນສື່ ຂໍກ່າວສະແດງ ຄຳຂອບໃຈ ຕໍ່ເຈົ້້າຂອງວັດຖຸ(ຜູ້ທີ່ບໍລິຈາກ)ບັນດາທ່ານທີ່ໄດ້ທຸ້ມເຫື່ອ-ແຮງຈິດໃຈ ແລະວັດຖຸ-ເງິນຄຳ ມອບໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງສະໜາມໄຊ ເພື່ອສືບຕໍ່ແຈກຢາຍໃຫ້ແກ່ນ້ອງນ້ອຍນັກຮຽນ.
ມາຮອດມື້ນີ້ ວັນທີ 28/9/2018 ເວລາ 9:49 ນາທີ ທ່ານ ບົງແກ້ວ ສິນນະຄອນ ວ່າການແທນຫົວໜ້າຫ້ອງການ ແລະ ທ່ານ ເວຫາກົມມະເມືອງ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງອັດຕະປື ໄດ້ຮັບກຽດມອບອຸປະກອນດັ່ງກ່າວໃຫ້ແກ່ນ້ອງນ້ອຍນັກຮຽນຢ່າງເປັນທາງການ.







ມອບອຸປະກອນການຮຽນໃຫ້ແກ່ນ້ອງນ້ອຍນັກຮຽນ ມອບອຸປະກອນການຮຽນໃຫ້ແກ່ນ້ອງນ້ອຍນັກຮຽນ Reviewed by Kp1988 on 20:37 Rating: 5

ไม่มีความคิดเห็น:

ขับเคลื่อนโดย Blogger.