2019-2020

2020-2021

ໂປຣແກຣມຟຣີ

วันพฤหัสบดีที่ 19 กรกฎาคม พ.ศ. 2561

20/7/2018

      ວັນທີ 20/7/2018 ເວລາ 8:00 ຫ້ອງການສຶກສາທິການ ແລະ ກິລາເມືອງສະໜາມໄຊ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ມີຄະແນນດີເດັ່ນໃນການສອບເສັງຈົບຊັ້ນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍປະຈຳສົກຮຽນ 2017-2018. ພາຍໃຕ້ການເປັນປະທານຂອງທ່ານ ຄຳໝັ້ນ ພົມມະແສງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ບົງແກ້້ວ ສິນນະຄອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສະໜາມໄຊ (ເປັນຮອງປະທານ), ພໍ່ແມ່ຜູ້ປົກຄອງນັກຮຽນທີ່ຖືກເຊີນ ແລະ ບັນດາໜ່ວຍງານກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ ແລະ ປິຕິຍິນດີ ກັບການຈັດພິທີມອບ-ຮັບຄັ້ງນີ້ຢ່າງສົມກຽດ.